ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ກຽມ​ປັບປຸງ​ເຮືອ​ດຳ​ນ້ຳ​ພ້ອມ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ທີ່​ກ້າວໜ້າ

     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ລາຍ​ງານ, ໂດຍ​ອີງ​ຕາມ​ສື່​ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ: ກອງທັບ​ເຮືອ​ຣັດ​ເຊຍ ຫາ​ກໍ​ປະ
ກາດ​ແຜນການ​ສ້າງ​ກຳປັ່ນ​ດຳ​ນ້ຳ​ນິວ​ເຄລຍ​ໃຫ້​ທັນ​ສະໄໝ​ພາຍ​ໃຕ້​ໂຄງການ 949A Antey. ເຮືອ​ດຳ​ນ້ຳ​ນິວ​ເຄລຍ​ໂຄງການ 949A ມີ​
ຄວາມ​ຍາວ 155 ແມັດ, ມີ​ນໍ້າໜັກ​ເທິງ​ໜ້ານໍ້າ 24.000 ໂຕນ, ດຳ​ນ້ຳ​ເລິກ​ໄດ້ 600 ແມັດ ແລະ ຄວາມ​ໄວ​ໃຕ້​ນ້ຳ 60 ກິໂລ ແມັດ​ຕໍ່​
ຊົ່ວໂມງ. ກຳປັ່ນ​ລຳ​ນີ້​ມີ​ທໍ່​ຍິງ​ຕໍ​ປີ​ໂດ 6 ເລົາ ແລະ​ລູກ​ສອນ​ໄຟ 24 ລູກ, ສາມາດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ Granit ດ້ວຍ​ໄລຍະ​ຫ່າງ​ປະ
ມານ 500 ກິໂລແມັດ.

     ອີງ​ຕາມ ພົນ​ເອກ ວິກ​ເຕີ ລີ​ນາ (Viktor Liina) ຜູ້​ບັນຊາການ ​ກອງທັບ​ເຮືອ​ປາ​ຊີ​ຟິກ​ຂອງ​ຣັດ​ເຊຍໃຫ້​ຮູ້​ວ່າ: ເຮືອ​ດຳ​ນ້ຳ 949A
Antey ຈະ​ຖືກ​ຕິດ​ຕັ້ງ​ລະບົບ​ລູກ​ສອນ​ໄຟ​ໃໝ່, ລວມ​ທັງລູກ​ສອນ​ໄຟ​ຂ້າມ​ທະເລ ກາ​ລິ​ເບີ (Kalibr) ແລະ Oniks, ໂດຍ​ສະເພາະ​
ແມ່ນ​ລູກ​ສອນ​ໄຟ ຄວາມ​ໄວ​ກວ່າ​ສຽງ ເຊີ​ຄອນ (Zircon hypersonic). ສຳ​ຫຼັບ Kalibr ແມ່ນ​ລູກ​ສອນ​ໄຟ​ອະເນກ​ປະສົງ​ທີ່​ພັດທະ
ນາ ແລະ ​ເປີດ​ຕົວ​ຄັ້ງ​ທຳ​ອິດ​ໃນ​ງານ​ວາງສະແດງ​ພາຫະນະ​ທາງ​ທະຫານ​ເມື່ອ​ປີ 1990. Kalibr ສາມາດ​ທຳລາຍ​ເປົ້າ​ໝາຍ​ຫຼາຍ​ປະເພດ
​ຢູ່​ໃນ​ອາກາດ, ທາງບົກ ແລະ​ ທະເລ. ເຮືອ​ດຳ​ນ້ຳ 949A Antey ຈະ​ໄດ້​ຕິດ​ຕັ້ງ​ລະບົບ​ລູກ​ສອນ​ໄຟ​ໃໝ່​ຕື່ມ​ອີກ​ຄື: Yandex ດ້ວຍ​
ຄວາມ​ຍາວ 6,2-8,9 ແມັດ, ມີ​ເສັ້ນ​ຜ່າ​ສູນ​ກາງ 53,3 ​ຊມ, ໄລຍະ​ຍິງ 1.500 ກິ ໂລແມັດ ຫາ 2.500 ກິໂລແມັດ ຂຶ້ນ​ກັບ​ຊະນິດ,
ຄວາມ​ສາມາດ​ໃນ​ການ​ບັນທຸກ​ຫົວ​ຮົບ​ທີ່​ມີແຮງ​ແຕກ​ປະມານ 400-500 ກິ​ໂລ, ລູກ​ສອນ​ໄຟ​ນີ້, ບິນ​ດ້ວຍ​ຄວາມ​ໄວ 3.700 ກິໂລແມັດ​
ຕໍ່​ຊົ່ວໂມງ, Kalibr ຖືກ​ຈັດ​ເຂົ້າ​ໃນ​ກຸ່ມ​ອາວຸດ​ຕົ້ນຕໍ​ຂອງ​ຣັດ​ເຊຍ.

     ຂະນະ​ດຽວ​ກັນ, ລູກ​ສອນໄຟ Oniks ກໍ​ສາມາດ​ບິນ​ໄດ້​ດ້ວຍ​ຄວາມ​ໄວ​ກວ່າ 3.000 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ມັນ​ສາມາດບິນ​ຢູ່​
ເໜືອ​ໜ້ານ້ຳ​ພຽງ 10-15 ແມັດ, ເຮັດ​ໃຫ້​ລະບົບ​ປ້ອງ​ກັນ​ທາງ​ອາ ກາດ​ສາມາດ​ກວດ​ພົບ​ແລະ​ຍິງ​ສະກັດ​ໄດ້​ຍາກ. ໂຄງການ 949A Antey
ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟ Zircon, ດ້ວຍ​ຄວາມ​ຍາວ​ປະມານ 9 ແມັດ ແລະ ເສັ້ນ​ຜ່າ​ກາງ 60 ​ຊມ. Zircon ສາມາດ​ບັນຈຸ​ຫົວ​ລະເບີດ ຫຼື
ນິວ​ເຄລຍ​ໄດ້​ດ້ວຍ​ລະດັບ​ຄວາມ​ໄວ​ສູງ​ສຸດ​ເຖິງ 11.000 ກິໂລແມັດ​ຕໍ່​ຊົ່ວໂມງ. ມີ​ປະ​ສິດທິ​ຜົນ​ໃນ​ການ​ທຳລາຍ​ລະບົບ​ປ້ອງ​ກັນ​ຂອງ​ສັດຕູ​ໄດ້​
ເປັນ​ບໍລິເວນ​ກວ້າງ ດ້ວຍ​ຄວາມ​ແມ່ນ​ຢຳ​ສູງ. ນອກຈາກ​ນັ້ນ, ຄວາມ​ໄວ​ຂອງ Zircon ສາມາດ​ດູດ​ເອົາ​ຄື້ນ​ວິ ທະຍຸ ແລະ​ ຫຼີກເວັ້ນ​ລະບົບ ຣາ
ດາ ​ຂອງ​ສັດຕູ​ໄດ້​ແບບ​ບໍ່​ເສຍ​ລັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/01/2024